ລວມຍອດຜະລິດຕະພັນພາຍໃນ
Appearance
![](http://upload.wikimedia.org/wikipedia/commons/thumb/8/86/Gdp_nominal_and_ppp_2005_world_map_single_colour.png/200px-Gdp_nominal_and_ppp_2005_world_map_single_colour.png)
ລວມຍອດຜະລິດຕະພັນພາຍໃນ (ຈີດີພີ ຫຼື GDP(ພາສາອັງກິດ)) ແມ່ນ ຫົວໜ່ວຍພື້ນຖານໃນການວັດແທກ ຜົນຜະລິດທາງດ້ານເສດຖະກິດ ຂອງ ປະເທດ ຫຼື ເສດຖະກິດໃດໜຶ່ງ. ຈີດີພີ ສາມາດວັດແທກ ໄດ້ 3 ວິທີ ເຊິ່ງໂດຍຫຼັກການແລ້ວ ຈະອອກມາເປັນຄ່າດຽວກັນ.
- ແບບຕາມຜົນຜະລິດ
- ແບບຕາມລາຍຮັບ
- ແບບຕາມລາຍຈ່າຍ
ໂຕຢ່າງ:
- ແບບຕາມລາຍຈ່າຍ:
- ຈີດີພີ = ການຊົມໃຊ້ພາກເອກະຊົນ + ການລົງທຶນລວມ + ລາຍຈ່າຍລັດຖະບານ + (ການສົ່ງອອກ − ການນຳເຂົ້າ), ຫຼື
- ແບບຕາມຜົນຜະລິດ
- ມູນຄ່າເພີ່ມລວມ = ມູນຄ່າເພີ່ມຂອງທຸກຫົວໜ່ວຍການຜະລິດ = ມູນຄ່າຂາຍຜະລິດຕະພັນ - ມູນຄ່າວັດຖຸດິບເພື່ອການຜະລິດຜະລິດຕະພັນ
- ແບບຕາມລາຍຮັບ
- GDP = ຄ່າແຮງງານລູກຈ້າງ + ລວມກຳໄລທຸລະກິດ + ລວມກຳໄລອື່ນໆ + ພາສີອາກອນ - ເງິນຊ່ອຍເຫຼືອໃນການຜະລິດແລະນຳເຂົ້າ
- GDP = COE + GOS + GMI + TP & M - SP & M