ປະລະມານູ
ປະລະມານູ ຫຼື ອາຕອມ ແມ່ນຫົວໜ່ວຍຟື້ນຖານອັນໜຶ່ງ ເຊິ່ງປະກອບດ້ວຍ ນິວເຄລຍຢູ່ໃຈກາງ ແລະ ອ້ອມຮອບດ້ວຍກຸ່ມເມກເອເລັກຕຣົງທີ່ມີໄຟຟ້າບັນຈຸລົບ. ນິວເຄລຍຢູ່ໃຈກາງຂອງອາຕອມ ບັນຈຸ ໂປຣຕົງທີ່ມີໄຟຟ້າບວກ ແລະ ນິວຕຣົງທີ່ມີໄຟຟ້າເປັນກາງ(ຍົກເວັ້ນໃນກໍລະນີຂອງທາດຮິໂດຣ -1ທີ່ມີພຽງແຕ່ໂປຣຕົງ ແຕ່ບໍ່ມີນິວຕຣົງ). ເອເລັກຕຣົງ ຢູ່ອ້ອມນິວເຄລຍໄດ້ໂດຍແຮງໄຟຟ້າແມ່ເຫຼັກ. ຫຼາຍອາຕອມ ສາມາດຕິດຕໍ່ເຂົ້າກັນ ແລະ ປະກອບເປັນໂມເລກຸນ. ອາຕອມທີ່ມີຈຳນວນໂປຣຕົງ ແລະ ເອເລັກຕຣົງເທົ່າກັນ ຈະມີໄຟຟ້າເປັນກາງ, ຖ້າບໍ່ເທົ່າກັນ ມັນຈະມີໄຟຟ້າບວກ ຫຼື ໄຟຟ້າລົບ ແລະ ເອີ້ນວ່າ ອີອົງ(ion).ອາຕອມຖຶກຈັດແບ່ງຕາມຈຳນວນໂປຣຕົງ ແລະ ນິວຕຣົງ ຢູ່ໃນ ນິວເຄລຍ, ຈຳນວນໂປຣຕົງ ກຳນົດທາດເຄມີ ແລະ ຈຳນວນນິວຕຣົງ ກຳນົດ ອິໂຊໂທບຂອງທາດ.
ຄໍາວ່າອາຕອມ ມີທີ່ມາຈາກພາສາເກຣັກ ເຊິ່ງມີຄວາມໝາຍວ່າ ບໍ່ສາມາດຕັດ ຫຼື ແບ່ງໃຫ້ນ້ອຍລົງອີກໄດ້. ທັດສະນະກ່ຽວກັບອາຕອມໃນນາມເປັນສ່ວນປະກອບຂອງວັດຖຸທີ່ບໍ່ສາມາດເບິ່ງເຫັນ ຖືກສະເໜີໂດຍນັກປັດຊະຍາຊາວອິນເດຍ ແລະ ເກຣັກໃນສະໄໝເກົ່າ. ໃນສະຕະວັດທີ 17 ແລະ 18 ນັກເຄມີສາດຫຼາຍຄົນໄດ້ໃຫ້ຟື້ນຖານດ້ານຟີຊິກກັບທັດສະນະຄວາມຄິດນີອິ້ ໂດຍສະແດງໃຫ້ເຫັນວ່າ ບໍ່ສາມາດເຮັດໃຫ້ມູນທາດໃດໜຶ່ງແຕກນ້ອຍລົງໄປກ່ວານັ້ນໄດ້ດ້ວຍວິທີທາງດ້ານເຄມີ. ແຕ່ວ່າລະຫວ່າງທ້າຍສະຕະວັດທີ19 ແລະ ຕົ້ນສະຕະວັດທີ20, ນັກຟີຊິກສາດໄດ້ຄົ້ນພົບສ່ວນປະກອບຂອງອາຕອມ ແລະ ໂຄງສ້າງພາຍໃນຂອງອາຕອມ. ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ ອາຕອມສາມາດແບ່ງລົງໄດ້ອີກ. ທິດສະດີ ຄວັນຕ້ຳເມຄານິກ (ອັງກິດ: Quantum mechanics) ສາມາດນຳໃຊ້ ເພື່ອອະທິບາຍແບບຂອງອາຕອມ ໄດ້ຢ່າງປະສົບຜົນສຳເລັດ.
ວັດຖຸທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງພວກເຮົາລ້ວນແລ້ວແຕ່ປະກອບສ້າງມາຈາກອາຕອມທີ່ແຕກຕ່າງກັນ. ແຕ່ວ່າພວກເຮົາ ບໍ່ສາມາດເບິ່ງແຕ່ລະອາຕອມໄດ້ ເພາະວ່າອາຕອມເປັນສິ່ງທີ່ນ້ອຍຫຼາຍ ແລະ ມີ ມວນສານນ້ອຍຫຼາຍ.