Jump to content

ຊູເປີມູນ

ຈາກ ວິກິພີເດຍ
ຮູບພາບຊູເປີມູນທີ່ເກີດຂຶ້ນເມື່ອວັນທີ 19 ມີນາ 2011 (ຂວາ), ທຽບກັບຮູບພາບຂອງດວງຈັນຂະໜາດທົ່ວໄປໃນວັນທີ 20 ທັນວາ 2010 (ຊ້າຍ) ເຊິ່ງເບິ່ງເຫັນຈາກໃນໂລກ
ພາບຊູເປີມູນທີ່ເກີດຂຶ້ນໃນວັນທີ 19 ມີນາ 2011 ມີໄລຍະຫ່າງຈາກໂລກ 356,577 ກິໂລແມັດ (221,567 ໄມ). ຄັ້ງຫຼ້າສຸດທີ່ເກີດປະກົດການຊູເປີມູນທີ່ມີໄລຍະຫ່າງຈາກໂລກໜ້ອຍທີ່ສຸດແມ່ນໃນປີ 1993. ມັນມີຄວາມສະຫວ່າງຫຼາຍກວ່າປົກກະຕິ 30% ແລະ ໃຫຍ່ກວ່າປົກກະຕິ 14% ເມື່ອທຽບກັບດວງຈັນເຕັມດວງທີ່ຢູ່ໃນຕຳແໜ່ງໄກສຸດຈາກໂລກ.

ຊູເປີມູນ ແມ່ນປະກົດການທາງດາລາສາດເຊິ່ງເປັນ ເດືອນເພັງ ຫຼື ເດືອນແຮມ ໂດຍເກີດຂຶ້ນພ້ອມກັບການເຂົ້າໃກ້ໂລກທີ່ສຸດຂອງດວງຈັນໃນວົງໂຄຈອນຂອງມັນ ເຮັດໃຫ້ເຮົາເບິ່ງເຫັນວ່າດວງຈັນມີຂະໜາດໃຫຍ່ກວ່າປົກກະຕິເມື່ອແນມເບິ່ງຈາກໂລກ.[1] ສັບສະເພາະສຳລັບເອີ້ນປະກົດການນີ້ແມ່ນ ຈຸດໃກ້ທີ່ສຸດຂອງວົງໂຄຈອນຮອບໂລກ-ຈຸດໂຄຈອນຂອງດາວທີ່ຢູ່ກົງກັນຂ້າມກັນ ຂອງລະບົບໂລກ-ດວງຈັນ-ດວງຕາເວັນ. ຄຳວ່າ "ຊູເປີມູນ" ບໍ່ແມ່ນຊື່ທາງດາລາສາດ ແຕ່ເປັນຊື່ທີ່ມີຕົ້ນກຳເນີດມາຈາກໂຫລາສາດສະໄໝໃໝ່.[2] ຄວາມກ່ຽວຂ້ອງຂອງດວງຈັນກັບລະດັບນ້ຳຂຶ້ນ-ນ້ຳລົງໃນໂລກໄດ້ນຳໄປສູ່ການກ່າວອ້າງວ່າປະກົດການຊູເປີມູນອາດຈະກ່ຽວກັບຄວາມສ່ຽງທີ່ເພີ່ມຂຶ້ນຂອງໄພພິບັດຕ່າງໆເຊັ່ນ: ແຜ່ນດີນໄຫວ ແລະ ພູໄຟລະເບີດ ເປັນຕົ້ນ ແຕ່ວ່າຫຼັກຖານຂອງການເຊື່ອມໂຍງດັ່ງກ່າວແມ່ນຍັງບໍ່ຊັດເຈນ.[3]

ສ່ວນເຫດການກົງກັນຂ້າມແມ່ນເອີ້ນວ່າໄມໂຄຣມູນ[4] ເຊິ່ງເຫດການນີ້ບໍ່ຄ່ອຍເປັນທີ່ຮູ້ຈັກປານໃດເມື່ອທຽບກັບຊູເປີມູນ.

ໃນບາງຄັ້ງ ຊູເປີມູນເກີດຂຶ້ນພ້ອມກັນກັບຈັນທະຄາດເຕັມດວງ ຫຼື ກົບກິນເດືອນເຕັມດວງ. ເຫດການຫຼ້າສຸດເກີດຂຶ້ນເມື່ອວັນທີ 27-28 ກັນຍາ 2015 ເຊິ່ງທີ່ຄັ້ງຕໍ່ໄປຈະເກີດຂຶ້ນອີກໃນເດືອນຕຸລາ 2033.[5] ປະກົດການຊູເປີມູນຄັ້ງຕໍ່ໄປຈະເກີດຂຶ້ນໃນວັນທີ 13-14 ພະຈິກ 2016.

ໄລຍະຫ່າງ

[ດັດແກ້]

ໄລຍະຫ່າງຂອງດວງຈັນມີຄວາມແຕກຕ່າງກັນໃນແຕ່ລະເດືອນ ເຊິ່ງຢູ່ລະຫວ່າງປະມານ 357,000 ກິໂລແມັດ ຫາ 406,000 ກິໂລແມັດ ເຊິ່ງຂຶ້ນກັບແຕ່ລະໄລຍະຂອງການໂຄຈອນຮອບໂລກ.[6][7][8]

ດວງຈັນເຕັມດວງເມື່ອຢູ່ຈຸດທີ່ໃກ້ໂລກທີ່ສຸດຂອງວົງໂຄຈອນ ຈະເຫັນວ່າເສັ້ນຜ່າສູນກາງມີຂະໜາດໃຫຍ່ຂຶ້ນ 14% (ຫຼື ເນື້ອທີ່ໃຫຍ່ຂຶ້ນປະມານ 30%) ແລະ ມີຄວາມສະຫວ່າງເພີ່ມຂຶ້ນ 30% ເມື່ອທຽບກັບດວງຈັນຂະໜາດທົ່ວໄປເມື່ອຢູ່ຈຸດທີ່ໄກທີ່ສຸດຈາກໂລກເຊິ່ງເອີ້ນວ່າ apogee.[9]

ການນິຍາມຊື່

[ດັດແກ້]

ຄຳວ່າ ຊູເປີມູນ ປະດິດຂຶ້ນໂດຍນັກໂຫລາສາດຊື່ວ່າ ຣິຊາດ ໂນນ (Richard Nolle) ໃນປີ 1979 ເຊິ່ງໄດ້ໃຫ້ນິຍາມວ່າ:

...ເດືອນແຮມ ຫຼື ເດືອນເພັງທີ່ເກີດຂຶ້ນເມື່ອດວງຈັນຢູ່ທີ່ ຫຼື ເຂົ້າໃກ້ (ໃນຂອບເຂດ 90% ຂອງ) ໄລຍະໃກ້ໂລກທີ່ສຸດຂອງວົງໂຄຈອນ (ຈຸດໂຄຈອນໃກ້ໂລກທີ່ສຸດ). ສະຫຼຸບຄື ໂລກ, ດວງຈັນ ແລະ ດວງຕາເວັນ ທັງໝົດຮຽງຕົວຢູ່ໃນເສັ້ນຊື່ດຽວກັນ ໂດຍດວງຈັນຢູ່ໃນໄລຍະໃກ້ໂລກທີ່ສຸດ.[10]

Nolle ໄດ້ອ້າງອີກວ່າດວງຈັນໄດ້ກໍ່ໃຫ້ເກີດ "ແຮງກະຕຸ້ນທາງທໍລະນີຟີຊິກ" ໃນລະຫວ່າງເວລາທີ່ເກີດປະກົດການຊູເປີມູນ. ເຖິງຢ່າງໃດກໍຕາມ Nolle ບໍ່ເຄີຍກ່າວເຖິງເລີຍວ່າຍ້ອນຫຍັງຈຶ່ງເລືອກຕົວເລກ 90.[2]

ຄຳວ່າ ຊູເປີມູນ ບໍ່ໄດ້ຮັບການຍອມຮັບ ຫຼື ໃຊ້ກັນຢ່າງກວ້າງຂວາງໃນປະຊາຄົມດາລາສາດ ແຕ່ຈະໃຊ້ຄຳວ່າ perigee-syzygy ຫຼື ເດືອນແຮມ ຫຼື ເດືອນເພັງທີ່ໃກ້ໂລກທີ່ສຸດ ແທນ.[11] Perigee ແມ່ນຈຸດທີ່ດວງຈັນໂຄຈອນເຂົ້າໃກ້ໂລກທີ່ສຸດ ແລະ Syzygy ແມ່ນເຫດການທີ່ເກີດຂຶ້ນເມື່ອໂລກ, ດວງຈັນ ແລະ ດວງຕາເວັນໂຄຈອນມາຢູ່ໃນເສັ້ນຊື່ດຽວກັນ ເຊິ່ງຈະເກີດຂຶ້ນໃນທຸກໆວັນເດືອນເພັງ ຫຼື ເດືອນແຮມ. ດັ່ງນັ້ນ ຊູເປີມູນຈຶ່ງອາດເປັນສອງປະກົດການນນີ້ທີ່ເກີດຂຶ້ນພ້ອມກັນເຖິງແມ່ນວ່າອາດຈະບໍ່ເກີດຂຶ້ນພ້ອມກັນຢ່າງສົມບູນໃນແຕ່ລະຄັ້ງກໍ່ຕາມ.

ຄວາມຖີ່ໃນການເກີດ

[ດັດແກ້]

ຮອບວຽນຂອງເດືອນເພັງ ແມ່ນໄລຍະເວລາລະຫວ່າງການຮຽງຕົວກັນຂອງຈຸດທີ່ໃກ້ສຸດຂອງດວງຈັນໃນວົງໂຄຈອນ ກັບດວງຕາເວັນ ແລະ ໂລກ ເຊິ່ງແມ່ນປະມານ 13.9443 ເດືອນ (ປະມານ 411.8 ວັນ). ດັ່ງນັ້ນ ໃນປະມານທຸກໆເດືອນເພັງຄັ້ງທີ 14 ກໍຈະເກີດປະກົດການຊູເປີມູນຂຶ້ນ. ເຖິງຢ່າງໃດກໍຕາມ ໃນໄລຍະເວລາເຄິ່ງໜຶ່ງຂອງຮອບວຽນ, ເດືອນເພັງຈະເຂົ້າໃກ້ຈຸດທີ່ໃກ້ໂລກທີ່ສຸດຂອງວົງໂຄຈອນ ແລະ ເດືອນແຮມກ່ອນ ແລະ ຫຼັງຈາກນັ້ນສາມາດເປັນຊູເປີມູນໄດ້. ດັ່ງນັ້ນ ອາດຈະເກີດປະກົດການຊູເປີມູນໄດ້ເຖິງ 3 ຄັ້ງຕໍ່ໜຶ່ງຮອບວຽນຂອງເດືອນເພັງ.

ເພາະວ່າ 13.9443 ແລະ 14 ມີຄ່າຄວາມແຕກຕ່າງກັນປະມານ 1⁄18, ຊູເປີມູນຈະມີຄວາມແຕກຕ່າງກັນໃນໄລຍະເວລາ 18 ຮອບວຽນຂອງເດືອນເພັງ (ປະມານ 251 ເດືອນ ຫຼື 20.3 ປີ). ໝາຍຄວາມວ່າ ປະມານໜຶ່ງທົດສະວັດ ປະກົດການຊູເປີມູນທີ່ໃຫຍ່ທີ່ສຸດຈະເກີດຂຶ້ນໃນມື້ເດືອນເພັງ ແລະ ໃນອີກໜຶ່ງທົດສະວັດຕໍ່ມາປະກົດການຊູເປີມູນທີ່ໃຫຍ່ທີ່ສຸດຈະເກີດຂຶ້ນໃນມື້ເດືອນແຮມ.

ຜົນກະທົບຕໍ່ປະກົດການນ້ຳຂຶ້ນ-ນ້ຳລົງ

[ດັດແກ້]

ຜົນກະທົບທີ່ມີຮ່ວມກັນຂອງດວງຕາເວັນ ແລະ ດວງຈັນຕໍ່ກັບນ້ຳໃນມະຫາສະໝຸດໃນໂລກເຊິ່ງເອີ້ນວ່າ ປະກົດການນ້ຳຂຶ້ນ-ນ້ຳລົງ,[12] ໂດຍນ້ຳຈະມີລະດັບສູງທີ່ສຸດເມື່ອດວງຈັນເປັນເດືອນເພັງ ຫຼື ເດືອນແຮມ.[13] ໃນມື້ທີ່ດວງຈັນຢູ່ໃນຈຸດໂຄຈອນທີ່ໃກ້ໂລກທີ່ສຸດ ແຮງທີ່ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງ (ແຮງໄທດັນ) ຈະມີຄວາມແຮງເພີ່ມຂຶ້ນ[14] ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງສູງ ຫຼື ຕ່ຳທີ່ສຸດ. ແຕ່ເຖິງແມ່ນວ່າຈະຢູ່ໃນຈຸດທີ່ມີຄວາມແຮງທີ່ສຸດ ແຮງດັ່ງກ່າວກໍ່ຍັງຖືວ່າຂ້ອນຂ້າງອ່ອນແຮງ[7] ແລະ ສົ່ງຜົນໃຫ້ເກີດມີຄວາມແຕກຕ່າງຂອງລະດັບນ້ຳຫຼາຍນິ້ວ.[15]

ເນື່ອງຈາກແຮງໄທດັນ (ແຮງທີ່ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງ) ເປັນໄປຕາມກົດການກຳລັງສາມຜົກຜັນ ແຮງນີ້ຈະມີຄວາມແຮງເພີ່ມຂຶ້ນ 19% ຫຼາຍກວ່າປົກກະຕິ.[ຕ້ອງການອ້າງອີງ] ເຖິງຢ່າງໃດກໍຕາມ ເນື່ອງຈາກລະດັບນ້ຳຂຶ້ນ-ນ້ຳລົງມີຄວາມແຕກຕ່າງກັນໃນແຕ່ລະບ່ອນທົ່ວໂລກ, ນີ້ອາດບໍ່ໄດ້ໝາຍຄວາມວ່າຊູເປີມູນມີຜົນກະທົບໂດຍກົງຕໍ່ກັບປະກົດການດັ່ງກ່າວ.

ໄດ້ມີການກ່າວອ້າງວ່າ ຊູເປີມູນໃນວັນທີ 19 ມີນາ່ 2011 ເປັນຕົ້ນເຫດທີ່ເຮັດໃຫ້ເຮືອຈຳນວນ 5 ລຳຫຼົ້ມໃນຊ່ອງແຄບໂຊເລັນໃນສະຫະລາຊະອານາຈັກ,[16] ແຕ່ວ່າການກ່າວຫາດັ່ງກ່າວບໍ່ມີຫຼັກຖານມາຢັ້ງຢືນແຕ່ຢ່າງໃດ.

ຄວາມເຊື່ອມໂຍງກັບໄພພິບັດທາງທຳມະຊາດ

[ດັດແກ້]

ສື່ຕ່າງໆໄດ້ມີການຄາດຄະເນວ່າໄພພິບັດທາງທຳມະຊາດຕ່າງໆເຊັ່ນ: ແຜ່ນດິນໄຫວ ແລະ ສຶນາມິໃນໂທໂຮະກຸໃນປີ 2011 ແລະ ແຜ່ນດິນໄຫວ ແລະ ສຶນາມິໃນມະຫາສະໝຸອິນເດຍໃນປີ 2004 ມີຄວາມເຊື່ອມໂຍງກັບປະກົດການຊູເປີມູນ.[17][18] ແຜ່ນດິນໄຫວລະດັບ 7.5 ເຊິ່ງມີສູນກາງທີ່ທິດຕາເວັນຕົກສ່ຽງເໜືອຂອງເມືອງຄັນເວີເດັນໃນປະເທດນິວຊີແລນ ເມື່ອເວລາ 12.02 ກາງຄືນ ຕາມເວລາທ້ອງຖິ່ນ ຂອງວັນທີ 14 ພະຈິກ 2016 ກໍໄດ້ເກີດຂຶ້ນພ້ອມກັນກັບປະກົດການຊູເປີມູນ.[19][20] ຍັງບໍ່ພົບຫຼັກຖານທີ່ຊີ້ໃຫ້ເຫັນວ່າປະກົດການຊູເປີມູນ ແລະ ໄພແຜ່ນດິນໄຫວຂະໜາດໃຫຍ່ຕ່າງໆມີຄວາມກ່ຽວຂ້ອງກັນ.[21][22][23]

ຄັງຮູບພາບ

[ດັດແກ້]

ອ້າງອີງ

[ດັດແກ້]
  1. Staff. "Revisiting the Moon", New York Times, September 7, 2014. ຮຽກຂໍ້ມູນວັນທີ September 8, 2014
  2. 2.0 2.1 Phil Plait. "Kryptonite for the supermoon". Bad Astronomy. Discover. Archived from the original on ຕຸລາ 22, 2019. Retrieved August 29, 2015.
  3. Rachel Rice. "No Link Between 'Super Moon' and Earthquakes". Discovery News. Archived from the original on ມິຖຸນາ 13, 2011. Retrieved March 20, 2015.
  4. What is a micromoon? Timeanddate.com, accessed 1 Oct 2015.
  5. "'Supermoon' coincides with lunar eclipse", BBC News, 28 September 2015. ຮຽກຂໍ້ມູນວັນທີ 29 September 2015
  6. Meeus, Jean (1997). Mathematical Astronomy Morsels. Richmond, Virginia: Willmann-Bell. p. 15. ISBN 0-943396-51-4.
  7. 7.0 7.1 Plait, Phil (March 11, 2011). "No, the 'supermoon' didn't cause the Japanese earthquake". Discover Magazine. Archived from the original on 22 ຕຸລາ 2019. Retrieved 14 March 2011.
  8. Hawley, John. "Appearance of the Moon Size". Ask a Scientist (No publication date). Newton. Retrieved 14 March 2011.
  9. Phillips, Tony, Dr. (March 16, 2011). "Super Full Moon". Science@NASA Headline News. NASA. Archived from the original on May 7, 2012. Retrieved 22 June 2013.
  10. Nolle, Richard. "Supermoon". Astropro (No publication date; modified March 10, 2011). Retrieved 14 March 2011.
  11. Phillips, Tony (May 2, 2012). "Perigee "Super Moon" On May 5–6". NASA Science News. NASA. Archived from the original on 14 ພະຈິກ 2016. Retrieved 6 May 2012.
  12. Plait, Phil (2008). "Tides, the Earth, the Moon, and why our days are getting longer". Bad Astronomy (Modified March 5, 2011). Retrieved 14 March 2011.
  13. Sumich, J.L. (1996). "Animation of spring and neap tides". NOAA's National Ocean Service. Archived from the original on ທັນວາ 14, 2018. Retrieved June 22, 2013.
  14. "Apogee and Perigee of the Moon". Moon Connection (No publication date). Retrieved 14 March 2011.
  15. Rice, Tony. "Super moon looms Saturday", 4 May 2012. ຮຽກຂໍ້ມູນວັນທີ 5 May 2012
  16. Andy Bloxham (March 21, 2011). "Supermoon blamed for stranding five ships in Solent". Telegraph.co.uk. Retrieved June 22, 2013.
  17. Paquette, Mark (March 1, 2011). "Extreme Super (Full) Moon to Cause Chaos?". Astronomy Weather Blog. AccuWeather. Retrieved 14 March 2011.
  18. "Is the Japanese earthquake the latest natural disaster to have been caused by a supermoon?". The Daily Mail. March 11, 2011. Retrieved 14 March 2011.
  19. "GeoNet - Quakes". Retrieved 13 November 2016.
  20. Andrew Griffin. "Supermoon: Biggest in living memory to appear in the sky, as 2016 ends with three huge full moons in a row", The Independent
  21. "Can the position of the Moon affect seismicity?". The Berkeley Seismological Laboratory. 1999. Retrieved 14 March 2011.
  22. Fuis, Gary. "Can the position of the moon or the planets affect seismicity?" (No publication date). U.S. Geological Survey: Earthquake Hazards Program. Retrieved 14 March 2011.
  23. Wolchover, Natalie (March 9, 2011). "Will the March 19 "SuperMoon" Trigger Natural Disasters?". Life's Little Mysteries. Archived from the original on 15 ມີນາ 2011. Retrieved 15 March 2011.

ການເຊື່ອມຕໍ່ພາຍນອກ

[ດັດແກ້]
Commons:Category
Commons:Category
Commons ມີພາບກ່ຽວກັບ:
ຊູເປີມູນ